ແຂວງຫຼວງນໍ້າທາ ຈະສ້າງສວນ ອະນຸລັກຊີວະນາໆພັນທີ່ເປັນຢາ
ຂະແໜງອາຫານ ແລະ ຢາພະແນກສາທາລະນາສຸກແຂວງຫຼວງນໍ້າທາ ໄດ້ລົງສໍາຫຼວດເຂດພື້ນທີ່ຈະສ້າງສວນອະນຸລັກຊີວະນາໆພັນ ທີ່ເປັນຢາ ຢູ່ເຂດກິ່ວລົມເມືອງຫຼວງນໍ້າທາ ເມື່ອບໍ່ດົນມານີ້, ຊຶ່ງການລົງສໍາຫຼວດ ຄັ້ງນີ້ ນໍາໂດຍ ທ່ານ ດຣ ຄໍາແສງ ວົງພະຈັນ ຮອງຂະແໜງອາຫານ ແລະ ຢາພະແນກສາທາລະນາສຸກແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
ການລົງສໍາຫຼວດພື້ນທີ່ຕົວຈິງເຂດກິ່ວລົມເມືອງຫຼວງນໍ້າທາ ຄັ້ງນີ້ ແມ່ນໄດ້ກໍານົດເອົາເນື້ອທີ່ 50 ເຮັກຕາ ເປັນພື້ນທີ່ ຈະສ້າງສວນອະນຸລັກຊີວະນາໆພັນ ທີ່ເປັນຢາ ໃນອະນາຄົດ, ຊຶ່ງຈະເລີ່ມຕັ້ງແຕ່ຈຸດປ້ອມຍາມຂອງ ປກສ ປະຈໍາເຂດກິ່ວລົມລຽບຕາມເສັ້ນທາງລົດລົງມາທາງເມືອງຫຼວງນໍ້າທາ, ມີຄວາມຍາວປະມານ 1 ກິໂລແມັດ ທີ່ຂື້ນກັບປ່າສະຫງວນແຫ່ງຊາດນໍ້າຫ້າເຂດບ້ານ ຫຼັກຄໍາໃໝ່ ເມືອງຫຼວງນໍ້າທາ.
ການສ້າງສວນອະນຸລັກຊີວະນາໆພັນ ນີ້ ຈະກາຍເປັນແຫຼ່ງສະໜອງຊີວະນາໆພັນພືດທີ່ເປັນຢາ ໃຫ້ແກ່ການສຶກສາຄົ້ນຄວ້າ, ການທົດລອງ, ການປຸງແຕ່ງ, ການຜະລິດ ແລະ ປິ່ນປົວພະຍາດດ້ວຍຢາພື້ນເມືອງ ໃນອະນາຄົດ.
ແຫຼ່ງຂ່າວ: ແຂວງຫຼວງນໍ້າທາ
Comments