ເດືອນພະຈິກ ມີຜູ້ເສຍຊີວິດເຖິງ 53 ຄົນ ຈາກອຸບັດເຫດ
ສະພາບອຸບັດເຫດຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດຍັງໜ້າເປັນຫ່ວງ ແລະ ມີທ່າອ່ຽງເພີ່ມຂຶ້ນເຖິງແມ່ນວ່າເຈົ້າໜ້າທີ່ຕໍາຫຼວດ ຈະໃຊ້ມາດຕະການຕ່າງໆເພື່ອຫຼຸດຜ່ອນອຸບັດເຫດກໍ່ຕາມ, ໂດຍສະເພາະໃນໄລຍະທີ່ມີການເພີ່ມທະວີໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ນີ້ ກໍ່ຍັງມີຜູ້ເສຍຊີວິດເຖິງ 53 ຄົນ ຈາກອຸບັດເຫດຕາມທ້ອງຖະໜົນສະເພາະເດືອນພະຈິກ 2021 ທີ່ຜ່ານມານີ້.
ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ສະເພາະເດືອນພະຈີກ 2021 ຜ່ານມານີ້ ມີຜູ້ເສຍຊີວິດເຖິງ 53 ຄົນ, ບາດເຈັບ 450 ຄົນ ແລະ ມີພາຫະນະເປ່ເພ 552 ຄັນ ຈາກອຸບັດເຫດເກີດຂຶ້ນທັງໝົດ 355 ກໍລະນີ ໃນທົ່ວປະເທດ ແຕ່ເມື່ອທຽບກັບຜູ້ເສຍຊີວິດໃນເດືອນຕຸລາ ທີ່ຜ່ານມາ ແມ່ນເພີ່ມຂຶ້ນ 8 ຄົນ ຊຶ່ງມີຜູ້ເສຍຊີວິດ 45 ຄົນ.
ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບແຈ້ງໃຫ້ຮູ້ຕື່ມອີກວ່າ: ອຸບັດເຫດເກີດຂຶ້ນສ່ວນໃຫຍ່ ແມ່ນເກິດຈາກການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ ໂດຍສະເພາະ ຂັບຂີ່ໄວເກີນກຳນົດ, ແຊງຊ້າຍ-ຂວາບໍ່ຮັບປະກັນ ແລະ ອື່ນໆ, ຮ້າຍແຮງກ່ວານັ້ນ ຜູ້ຂັບຂີ່ຍັງດື່ມສິ່ງມຶນເມົາ ເປັນສາຍເຫດຂອງການເກີດອຸບັດເຫດຕາມທ້ອງຖະໜົນ, ໃນນັ້ນ ອຸບັດຕິເຫດສ່ວນຫຼາຍແມ່ນເກີດນັບ ແຕ່ເວລາ 17:00-24:00 ໃນກຸ່ມອາຊີບຊາວນາ, ກໍາມະກອນ ແລະ ກຸ່ມນັກຮຽນ-ນັກສຶກສາ.
ຂໍ້ມູນ: ກົມຕຳຫຼວດຈະລາຈອນ
ຮູບ: ໜ່ວຍກູ້ໄພ
Comments