ລົດ 22 ລໍ້ຂົນຕູ້ຄອນເທັນເນີ ປິ້ນທັບນັກຮຽນເສຍຊີວິດ 1 ຄົນ ແລະ ເຈັບສາຫັດ 2 ຄົນຢູ່ແຂວງບໍ່ແກ້ວ
ຕອນເຊົ້າວັນທີ 24 ມີນາ 2022 ເວລາປະມານ 8:20 ນາທີ ໄດ້ມີລົດ 22 ລໍ້ ທີ່ຂົນຕູ້ຄອນເທັນເນີເສຍຫຼັກປີ້ນຢູ່ບ້ານ ໄຊຈະເລີນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໂດຍໄດ້ເຮັດໃຫ້ນັກຮຽນເສຍຊີວິດຄາທີ່ 1 ຄົນເປັນເພດຊາຍ ແລະ ໄດ້ຮັບບາດເຈັບສາຫັດ 2 ຄົນເປັນຍິງ 1 ຄົນ ແລະ ຊາຍ 1 ຄົນ ຊຶ່ງ ຜູ້ຍິງທີ່ໄດ້ຮັບບາດເຈັບສາຫັດນັ້ນແມ່ນໄດ້ເຂົ້າໂຮງໝໍຜ່າຕັດສະໝອງແລ້ວ ແລະ ຜູ້ຊາຍກໍໄດ້ເຂົ້າປິ່ນປົວຢູ່ໂຮງໝໍເຊັ່ນກັນ.
ຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບສາຫັດໃນອຸບັດເຫດຄັ້ງນີ້ເປັນນັກຮຽນ ໂດຍໄດ້ຂີ່ລົດຈັກຮຽງກັນ 2 ຄັນເພື່ອໄປໂຮງຮຽນ ແລະ ໄດ້ເກີດອຸບັດເຫດລົດຂົນຕູ້ຄອນເທັນເນີປິ້ນທັບແບບບໍ່ຮູ້ຕົວ. ລາຍລະອຽດຕ່າງໆຈະລາຍງານຕາມພາຍຫຼັງ.
ຂໍ້ມູນ-ພາບ: ໜັງສືພິມແຂວງບໍ່ແກ້ວ
Comments