ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 106 ຄົນ
ໃນວັນທີ 2 ພຶດສະພາ 2022 ນີ້, ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 106 ຄົນ, ໃນນີ້ 95 ຄົນຕິດເຊື້ອພາຍໃນ.
ໃນຈຳນວນຜູ້ຕິດເຊື້ອເພີ່ມໃໝ່ນັ້ນແມ່ນຕິດເຊື້ອນຳເຂົ້າມີ 11 ຄົນ ຊຶ່ງຢູ່ນະຄອນຫຼວງວຽງຈັນ 9 ຄົນ ແລະ ແຂວງ ສະຫວັນນະເຂດ 2 ຄົນ; ຕິດເຊື້ອພາຍໃນທີ່ມີເຖິງ 95 ຄົນ ແມ່ນຢູ່ນະຄອນຫຼວງວຽງຈັນ 52 ຄົນ, ແຂວງ ຫຼວງພະບາງ 3 ຄົນ, ແຂວງ ບໍ່ແກ້ວ 4 ຄົນ, ແຂວງ ຜົ້ງສາລີ 3 ຄົນ, ແຂວງ ຫົວພັນ 2 ຄົນ, ແຂວງ ຊຽງຂວາງ 3 ຄົນ, ແຂວງ ໄຊຍະບູລີ 5 ຄົນ, ແຂວງ ວຽງຈັນ 3 ຄົນ, ແຂວງ ໄຊສົມບູນ 1 ຄົນ, ແຂວງ ບໍລິຄຳໄຊ 4 ຄົນ, ແຂວງ ຄຳມ່ວນ 4 ຄົນ, ແຂວງ ສະຫວັນນະເຂດ 3 ຄົນ, ແຂວງ ສາລະວັນ 3 ຄົນ, ແຂວງ ເຊກອງ 2 ຄົນ ແລະ ແຂວງ ອັດຕະປື 4 ຄົນ. ສຳລັບມື້ນີ້ ມີຜູ້ປິ່ນປົວຫາຍດີອອກໂຮງໝໍ 85 ຄົນ.
ຮອດປັດຈຸບັນ, ປະເທດລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມຈຳນວນ 207.714 ຄົນ, ເສຍຊີວິດສະສົມ 744 ຄົນ.
ຂໍ້ມູນຈາກສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ
Comments