ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 273 ຄົນ ແລະ ເສຍຊີວິດ 1 ຄົນ
ໃນວັນທີ 30 ເມສາ 2022 ນີ້, ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 273 ຄົນ, ໃນນີ້ 253 ຄົນຕິດເຊື້ອພາຍໃນ.
ໃນຈຳນວນຜູ້ຕິດເຊື້ອເພີ່ມໃໝ່ນັ້ນແມ່ນຕິດເຊື້ອນຳເຂົ້າມີ 20 ຄົນ ຊຶ່ງຢູ່ນະຄອນຫຼວງວຽງຈັນ 3 ຄົນ, ແຂວງ ບໍ່ແກ້ວ 1 ຄົນ, ແຂວງ ບໍລິຄຳໄຊ 3 ຄົນ, ແຂວງ ສະຫວັນນະເຂດ 4 ຄົນ ແລະ ແຂວງ ຈຳປາສັກ 9 ຄົນ; ຕິດເຊື້ອພາຍໃນທີ່ມີເຖິງ 253 ຄົນ ແມ່ນຢູ່ນະຄອນຫຼວງວຽງຈັນ 143 ຄົນ, ແຂວງ ຫຼວງພະບາງ 10 ຄົນ, ແຂວງ ບໍ່ແກ້ວ 2 ຄົນ, ແຂວງ ຜົ້ງສາລີ 2 ຄົນ, ຫຼວງນ້ຳທາ 3 ຄົນ, ແຂວງ ຫົວພັນ 1 ຄົນ, ແຂວງ ອຸດົມໄຊ 9 ຄົນ, ແຂວງ ຊຽງຂວາງ 9 ຄົນ, ແຂວງ ໄຊຍະບູລີ 4 ຄົນ, ແຂວງ ວຽງຈັນ 21 ຄົນ, ແຂວງ ໄຊສົມບູນ 2 ຄົນ, ແຂວງ ບໍລິຄຳໄຊ 9 ຄົນ, ແຂວງ ຄຳມ່ວນ 5 ຄົນ, ແຂວງ ສະຫວັນນະເຂດ 8 ຄົນ, ແຂວງ ສາລະວັນ 4 ຄົນ, ແຂວງ ຈຳປາສັກ 3 ຄົນ, ແຂວງ ເຊກອງ 7 ຄົນ ແລະ ແຂວງ ອັດຕະປື 11 ຄົນ. ສຳລັບມື້ນີ້ ມີຜູ້ປິ່ນປົວຫາຍດີອອກໂຮງໝໍ 77 ຄົນ, ເສຍຊີວິດໃໝ່ 1 ຄົນແມ່ນຢູ່ແຂວງ ອັດຕະປື.
ຮອດປັດຈຸບັນ, ປະເທດລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມຈຳນວນ 207.469 ຄົນ, ເສຍຊີວິດສະສົມ 744 ຄົນ.
Comments