ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 1.466 ຄົນ ແລະ ເສຍຊີວິດ 6 ຄົນ
ການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ໃນວັນທີ 26 ມີນາ 2022 ແມ່ນກວດພົບຜູ້ຕິດເຊື້ອເພີ່ມໃໝ່ 1.466 ຄົນ, ໃນນີ້ 1.449 ຄົນຕິດເຊື້ອພາຍໃນ.
ໃນຈຳນວນຜູ້ຕິດເຊື້ອເພີ່ມໃໝ່ນັ້ນແມ່ນຕິດເຊື້ອນຳເຂົ້າມີ 17 ຄົນ ຊຶ່ງຢູ່ນະຄອນຫຼວງວຽງຈັນ 3 ຄົນ, ແຂວງ ຫົວພັນ 2 ຄົນ, ແຂວງ ຊຽງຂວາງ 2 ຄົນ ແຂວງ ສະຫວັນນະເຂດ 2 ຄົນ, ແຂວງ ຈຳປາສັກ 5 ຄົນ ແລະ ແຂວງ ອັດຕະປື 3 ຄົນ; ຕິດເຊື້ອພາຍໃນທີ່ມີເຖິງ 1.449 ຄົນ ແມ່ນຢູ່ນະຄອນຫຼວງວຽງຈັນ 700 ຄົນ, ແຂວງ ຫຼວງພະບາງ 43 ຄົນ, ແຂວງ ຜົ້ງສາລີ 14 ຄົນ, ແຂວງ ບໍ່ແກ້ວ 38 ຄົນ, ແຂວງ ຫຼວງນ້ຳທາ 36 ຄົນ, ແຂວງ ຫົວພັນ 27 ຄົນ, ແຂວງ ອຸດົມໄຊ 58 ຄົນ, ແຂວງ ຊຽງຂວາງ 24 ຄົນ, ແຂວງ ໄຊຍະບູລີ 106 ຄົນ, ແຂວງ ວຽງຈັນ 63 ຄົນ, ແຂວງ ໄຊສົມບູນ 7 ຄົນ, ແຂວງ ບໍລິຄຳໄຊ 11 ຄົນ, ແຂວງ ຄຳມ່ວນ 73 ຄົນ, ແຂວງ ສະຫວັນນະເຂດ 214 ຄົນ, ແຂວງ ສາລະວັນ 12 ຄົນ, ແຂວງ ຈຳປາສັກ 4 ຄົນ, ແຂວງ ເຊກອງ 2 ຄົນ ແລະ ແຂວງ ອັດຕະປື 15 ຄົນ. ສຳລັບມື້ນີ້ ມີຜູ້ປິ່ນປົວຫາຍດີອອກໂຮງໝໍ 282 ຄົນ, ເສຍຊີວິດໃໝ່ 6 ຄົນ ( ຢູ່ນະຄອນຫຼວງວຽງຈັນ 3 ຄົນ, ແຂວງ ຄຳມ່ວນ 1 ຄົນ, ແຂວງ ຈຳປາສັກ 1 ຄົນ ແລະ ແຂວງ ເຊກອງ 1 ຄົນ).
ຮອດປັດຈຸບັນ, ປະເທດລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມຈຳນວນ 167.993 ຄົນ, ເສຍຊີວິດສະສົມ 660 ຄົນ.
ຂໍ້ມູນຈາກສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ.
Comments