ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 1.249 ຄົນ ແລະ ເສຍຊີວິດ 2 ຄົນ
ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ 18 ທັນວາ 2021 ນີ້ໃຫ້ຮູ້ວ່າ: ການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ໃນວັນທີ 17 ທັນວາ 2021 ທີ່ຜ່ານມາໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 6.472 ຕົວຢ່າງ, ກວດພົບຜູ້ຕິດເຊື້ອເພີ່ມໃໝ່ 1.249 ຄົນ, ໃນນີ້ 1.247 ຄົນ ຕິດເຊື້ອພາຍໃນ.
ໃນຈຳນວນຜູ້ຕິດເຊື້ອເພີ່ມໃໝ່ນັ້ນຕິດເຊື້ອນຳເຂົ້າມີພຽງ 2 ຄົນຢູ່ແຂວງ ຈຳປາສັກ, ຕິດເຊື້ອພາຍໃນທີ່ມີເຖິງ 1.247 ຄົນນັ້ນ ແມ່ນ ຢູ່ນະຄອນ ຫຼວງວຽງຈັນ 540 ຄົນ, ແຂວງ ຜົ້ງສາລີ 28 ຄົນ, ແຂວງ ຫຼວງພະບາງ 56 ຄົນ, ແຂວງ ບໍ່ແກ້ວ 115 ຄົນ, ແຂວງ ຫຼວງນ້ຳທາ 126 ຄົນ, ແຂວງ ຫົວພັນ 12 ຄົນ, ແຂວງ ຊຽງຂວາງ 26 ຄົນ, ແຂວງ ໄຊຍະບູລີ 26 ຄົນ, ແຂວງ ອຸດົມໄຊ 64 ຄົນ, ແຂວງ ວຽງຈັນ 49 ຄົນ, ແຂວງ ໄຊສົມບູນ 24 ຄົນ, ແຂວງ ບໍລິຄຳໄຊ 45 ຄົນ, ແຂວງ ຄຳມ່ວນ 59 ຄົນ, ແຂວງ ສາລະວັນ 5 ຄົນ, ແຂວງ ສະຫວັນນະເຂດ 32 ຄົນ, ແຂວງ ຈໍາປາສັກ 29 ຄົນ, ແຂວງ ເຊກອງ 7 ຄົນ ແລະ ແຂວງ ອັດຕະປື 4 ຄົນ. ສຳລັບມື້ນີ້ ມີຜູ້ປິ່ນປົວຫາຍດີອອກໂຮງໝໍ 559 ຄົນ, ເສຍຊີວິດໃໝ່ 2 ຄົນແມ່ນຢູ່ແຂວງ ຫຼວງນ້ຳທາ.
ຮອດປັດຈຸບັນ, ປະເທດລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມຈຳນວນ 97.505 ຄົນ, ກຳລັງນອນປິ່ນປົວ 12.773 ຄົນ, ເສຍຊີວິດສະສົມ 268 ຄົນ.
Comments