ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 1.245 ຄົນ ແລະ ເສຍຊີວິດ 6 ຄົນ
ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ 15 ທັນວາ 2021 ນີ້ໃຫ້ຮູ້ວ່າ: ການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ໃນວັນທີ 14 ທັນວາ 2021 ທີ່ຜ່ານມາໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 5.792 ຕົວຢ່າງ, ກວດພົບຜູ້ຕິດເຊື້ອເພີ່ມໃໝ່ 1.245 ຄົນ, ໃນນີ້ 1.243 ຄົນຕິດເຊື້ອພາຍໃນ.
ໃນຈຳນວນຜູ້ຕິດເຊື້ອເພີ່ມໃໝ່ນັ້ນແມ່ນມີກໍລະນີນຳເຂົ້າພຽງ 2 ຄົນແມ່ນຢູ່ນະຄອນຫຼວງວຽງຈັນ 1 ຄົນ ແລະ ແຂວງ ຈຳປາສັກ 1 ຄົນ, ຕິດເຊື້ອພາຍໃນທີ່ມີເຖິງ 1.243 ຄົນແມ່ນຢູ່ນະຄອນ ຫຼວງວຽງຈັນ 616 ຄົນ, ແຂວງ ຜົ້ງສາລີ 12 ຄົນ, ແຂວງ ຫຼວງພະບາງ 123 ຄົນ, ແຂວງ ບໍ່ແກ້ວ 103 ຄົນ, ແຂວງ ຫົວພັນ 8 ຄົນ, ແຂວງ ຊຽງຂວາງ 12 ຄົນ, ແຂວງ ຫຼວງນ້ຳທາ 52 ຄົນ, ແຂວງ ໄຊຍະບູລີ 29 ຄົນ, ແຂວງ ອຸດົມໄຊ 108 ຄົນ, ແຂວງ ວຽງຈັນ 44 ຄົນ, ແຂວງ ໄຊສົມບູນ 17 ຄົນ, ແຂວງ ບໍລິຄຳໄຊ 18 ຄົນ, ແຂວງ ຄຳມ່ວນ 9 ຄົນ, ແຂວງ ສາລະວັນ 5 ຄົນ, ແຂວງ ສະຫວັນນະເຂດ 48 ຄົນ, ແຂວງ ຈໍາປາສັກ 26 ຄົນ, ແຂວງ ເຊກອງ 12 ຄົນ ແລະ ແຂວງ ອັດຕະປື 1 ຄົນ. ສຳລັບມື້ນີ້ ມີຜູ້ປິ່ນປົວຫາຍດີອອກໂຮງໝໍ 714 ຄົນ, ເສຍຊີວິດໃໝ່ 6 ຄົນ ( ຢູ່ນະຄອນຫຼວງວຽງຈັນ 3 ຄົນ ແລະ ແຂວງ ວຽງຈັນ 3 ຄົນ ).
ຮອດປັດຈຸບັນ, ປະເທດລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມຈຳນວນ 93.061 ຄົນ, ກຳລັງນອນປິ່ນປົວ 12.015 ຄົນ, ເສຍຊີວິດສະສົມ 256 ຄົນ.
Comments