ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 1.209 ຄົນ ແລະ ເສຍຊີວິດ 5 ຄົນ
ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ 8 ທັນວາ 2021 ນີ້ໃຫ້ຮູ້ວ່າ: ການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ໃນວັນທີ 7 ທັນວາ 2021 ທີ່ຜ່ານມາໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 10.593 ຕົວຢ່າງ, ກວດພົບຜູ້ຕິດເຊື້ອ ເພີ່ມ ໃໝ່ 1.209 ຄົນ ເປັນກໍລະນີຕິດເຊື້ອພາຍໃນທັງໝົດ.
ໃນຈຳນວນຜູ້ຕິດເຊື້ອເພີ່ມໃໝ່ນັ້ນແມ່ນ ຢູ່ນະຄອນ ຫຼວງວຽງຈັນ 687 ຄົນ, ແຂວງ ຜົ້ງສາລີ 8 ຄົນ, ແຂວງ ຫຼວງພະບາງ 54 ຄົນ, ແຂວງ ບໍ່ແກ້ວ 80 ຄົນ, ແຂວງ ຫົວພັນ 7 ຄົນ, ແຂວງ ຊຽງຂວາງ 9 ຄົນ, ແຂວງ ຫຼວງນ້ຳທາ 75 ຄົນ, ແຂວງ ໄຊຍະບູລີ 29 ຄົນ, ແຂວງ ອຸດົມໄຊ 60 ຄົນ, ແຂວງ ວຽງຈັນ 36 ຄົນ, ແຂວງ ໄຊສົມບູນ 22 ຄົນ, ແຂວງ ບໍລິຄຳໄຊ 22 ຄົນ, ແຂວງ ຄຳມ່ວນ 7 ຄົນ, ແຂວງ ສາລະວັນ 7 ຄົນ, ແຂວງ ສະຫວັນນະເຂດ 41 ຄົນ, ແຂວງ ຈໍາປາສັກ 41 ຄົນ, ແຂວງ ເຊກອງ 19 ຄົນ ແລະ ແຂວງ ອັດຕະປື 5 ຄົນ. ສຳລັບມື້ນີ້ ມີຜູ້ປິ່ນປົວຫາຍດີອອກໂຮງໝໍ 488 ຄົນ, ເສຍຊີວິດໃໝ່ 5 ຄົນ ( ຢູ່ນະຄອນຫຼວງວຽງຈັນ 4 ຄົນ ແລະ ແຂວງ ວຽງຈັນ 1 ຄົນ ).
ຮອດປັດຈຸບັນ, ປະເທດລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມຈຳນວນ 83.291 ຄົນ, ກຳລັງນອນປິ່ນປົວ 12.100 ຄົນ, ເສຍຊີວິດສະສົມ 219 ຄົນ.
Comments