22/10/2021

THAILAND DAILY

NEWSPAPER / MAGAZINE / PUBLISHER

ປະຫວັດແຫ່ງຄວາມຝັນກະໂດດຂັ້ນຂອງລົດໄຟໃນ-ສປປ-ລາວ

ປະຫວັດແຫ່ງຄວາມຝັນກະໂດດຂັ້ນຂອງລົດໄຟໃນ ສປປ ລາວ

ປີ 2021 ນີ້ເປັນປີມະຫາໄຊຂອງຄົນລາວທັງຊາດໃນການກໍ່ສ້າງພື້ນຖານໂຄ່ງລ່າງດ້ານຄົມມະນາຄົມໂດຍສະ ເພາະໂຄງການກໍ່ສ້າງຕາໜ່າງລົດໄຟໃນລາວເຊື່ອມຕໍ່ກັບປະເທດເພື່ອນບ້ານຈໍານວນ 2 ເສັ້ນຈະສ້າງສໍາເລັດໃນທ້າຍປີນີ້ ເພື່ອຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 46 ປີ ໃນນີ້ລວມມີທາງລົດໄຟຄວາມໄວສູງລາວ-ຈີນທີ່ມີຄວາມຍາວ 426 ກິໂລແມັດຈາກຊາຍແດນຈີນຫານະຄອນຫຼວງວຽງຈັນ ແລະ ໂຄງການກໍ່ສ້າງທາງລົດໄຟ ແຕ່ທ່ານາແລ້ງ ຫາສະຖານີວຽງຈັນ (ບ້ານຄໍາສະຫວາດ) ມີຄວາມຍາວ 7.5 ກິໂລແມັດ, ຊຶ່ງເປັນໂຄງການຍຸດທະສາດຂອງຂະແໜງການຄົມມະນາຄົມຂົນສົ່ງທີ່ເຊື່ອມຕໍ່ສອງປະເທດລາວ-ໄທ. ເມື່ອຫວນຄືນເຖິງປະຫວັດສາດແຫ່ງການກໍາເນີດ, ຄົງຕົວ ແລະ ຂະຫຍາຍຕົວຂອງຊາດລາວໂດຍສະເພາະນັບແຕ່ເຈົ້າຟ້າງຸ່ມມະຫາລາດ ວິລະບູລຸດຜູ້ຍິ່ງໃຫຍ່ໄດ້ເຕົ້າໂຮມຫົວເມືອງນ້ອຍໃຫຍ່ມາສ້າງເປັນອານາຈັກລາວລ້ານຊ້າງ ແລະ ໄດ້ນໍາພາປະຊາຊົນພັດທະນາຊາດກ້າວສູ່ຈະເລີນຮຸ່ງເຮືອງສີວິໄລຂຶ້ນໃນປີ ຄສ. 1353.ແຕ່ໜ້າເສຍດາຍ ຕົກມາສະຕະວັດທີ 18 ຫາ ທ້າຍສັດຕະວັດທີ 20, ແຜ່ນດິນລາວລ້ານຊ້າງໄດ້ຖືກທັງສັກດີນາ ແລະ ຈັກກະພັດຕ່າງດ້າວມາຮຸກຮານ ແຕ່ເຖິງຢ່າງໃດກໍ່ຕາມປະຊາຊົນລາວບັນດາເຜົ່າໄດ້ຕໍ່ສູ້ທຸກຮູບແບບແລະຢ່າງຕໍ່ເນື່ອງເພື່ອກອບກູ້ເອກະລາດ ແລະ ອິດສະລະພາບຈາກຜູ້ຮຸກຮານມາສູ່ອ້ອມອົກຂອງປະຊາຊົນລາວ ໃນທີ່ສຸດພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວກໍໄດ້ປົດປ່ອຍປະເທດຊາດຢ່າງສົມບູນ, ສະຖາປານາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນວັນທີ 2 ທັນວາ 1975. ຈາກນັ້ນ ພັກ-ລັດກໍ່ໄດ້ນໍາພາປະຊາຊົນລາວບັນດາເຜົ່າປົກປັກຮັກສາ ແລະ ບູລະນະສ້າງສາປະເທດຊາດ, ພາຍຫຼັງ ກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ VII ໃນປີ 2001 ເພິ່ນໄດ້ມີທິດທາງເນັ້ນໜັກເອົາການ ຄົມມະນາຄົມຂົນສົ່ງເປັນປາຍແຫຼມ, ເປັນປັດໄຈສໍາຄັນຂອງກໍາລັງການຜະລິດເສດຖະກິດສິນຄ້າ, ເງິນຕາ; ການເປີດກວ້າງການພົວພັນເສດຖະກິດສິນຄ້າ, ເງິນຕາ; ການເປີດກວ້າງການພົວພັນທາງດ້ານວັດທະນະທໍາ; ການປ້ອງກັນຄວາມສະຫງົບ ເພື່ອຄວາມສົມບູນພູນສຸກ ໃຫ້ແກ່ປະຊາຊົນບັນດາເຜົ່າ. ໃນບົດຄໍາເຫັນຂອງ ທ່ານ ໄກສອນ ພົມວິຫານ ຕໍ່ກອງປະຊຸມຂອງກະຊວງໂຍທາທິການ ແລະ ຂົນສົ່ງ ທົ່ວປະ ເທດ ຄັ້ງທີ 1 ໃນເວລານັ້ນ ໄດ້ກ່າວໄວ້ວ່າ “ວຽກງານໂຍທາທິການ ແລະ ຂົນສົ່ງ ມັນແມ່ນສາຍເລືອດຂອງປະເທດຊາດ ທີ່ມີການພົວພັນແບບກາຍຍະອິນຊີ ກັບເສດຖະກິດ, ການຜະລິດ, ຊີວິດການເປັນຢູ່, ວັດທະນະທໍາ-ສັງຄົມ ແລະ ປ້ອງກັນ ຊາດປ້ອງກັນຄວາມສະຫງົບ”. ໃນກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວຄັ້ງທີ III ທີ່ຈັດຂຶ້ນໃນເດືອນ ພຶດສະພາ ປີ 1982 ໄດ້ມີແນວຄິດລິເລີ່ມການ ພັດທະນາເສັ້ນທາງລົດໄຟໃນລາວ ຍ້ອນວ່າເສັ້ນທາງລົດໄຟແມ່ນວຽກປາຍແຫຼມໜຶ່ງ ຂອງການຂົນສົ່ງທີ່ມີປະສິດທິຜົນສູງ ຊຶ່ງຜົນຂອງການຕອບແທນຄືນທາງດ້ານເສດຖະກິດ (EIRR) Economic Internal Rate of Return ໃຫ້ແກ່ປະຊາຊົນບັນດາເຜົ່າ ຍ້ອນວ່າລາຄາຖືກລົງ, ການຂົນສົ່ງໂດຍສານ, ສິນຄ້າຖືກລົງຕໍ່າສຸດ 50% ຂອງລາຄາການຂົນສົ່ງຂອງລົດໂອໂຕ, ເປັນການຂົນສົ່ງທີ່ສະດວກປອດໄພ (Safety) ປະຢັດ, ທັງເປັນມິດຕໍ່ສິ່ງແວດລ້ອມ, ສ້າງໂລກສີຂຽວ, ບໍ່ມີການເຜົາຜານຈາກນໍ້າມັນ. ຕົວຢ່າງການຂົນສົ່ງທາງລົດໂອໂຕ ກໍບໍ່ສາມາດຂົນສົ່ງສິນຄ້າໄດ້ຫຼາຍ, ປະສິດທິພາບຕໍ່າກວ່າທາງລົດໄຟເຖິງ 17 ເທື່ອ, ພ້ອມທັງເຮັດໃຫ້ສິ່ງແວດລ້ອມໄດ້ຮັບຄວາມເສຍຫາຍຫຼາຍກວ່າ, ມີອຸປະຕິເຫດຫຼາຍ ແລະ ການຈາລະຈອນອັ່ງອໍ, ມູນຄ່າເສຍຫາຍຈາກທາງລົດໂອໂຕ ແມ່ນເຖິງ 3-10 ເທົ່າ ລື່ນມູນຄ່າເສຍຫາຍທີ່ເກີດຂຶ້ນຈາກການຂົນສົ່ງດ້ວຍທາງລົດໄຟ, ພ້ອມດຽວກັນນັ້ນ ສາມາດປະຢັດພະລັງງານໄດ້ 50% ໂດຍສະເພາະບັນຫາການກະຈາຍທາດກາກໂບນິກ (CO2) ຕໍ່ຫົວຄົນກິໂລແມັດ ແລະ ສາມາດຫຼຸດລົງໄດ້ເຖິງ 2.5 ເທື່ອ, ຖ້າສົມທຽບໃສ່ການເດີນທາງດ້ວຍລົດໂອໂຕ. ເພື່ອສ້າງໃຫ້ປະເທດລາວເປັນທາງຜ່ານຕາມເປົ້າໝາຍທີ່ວາງໄວ້ ແລະ ນະໂຍບາຍຂອງພັກ-ລັດວາງໄວ້ ໃຫ້ປະ ເທດ ຈາກທີ່ບໍ່ມີຊາຍແດນຕິດກັບທະເລໄປເປັນປະເທດທາງຜ່ານ “Landlocked to Land-Linked” ເພື່ອສ້າງໃຫ້ໄດ້ລະບົບໂລຈິດຕິກ ດ້ານການຂົນສົ່ງຢ່າງເປັນຮູບປະທໍາ ເພື່ອໃຫ້ປະເທດຊາດມີຄວາມຮຸ່ງເຮືອງ ບົນພື້ນຖານລະບົບ 6G (sixth-generation wireless) ເຊິ່ງແມ່ນລະບົບການເຊື່ອມຕໍ່ສື່ສານໃນອະນາຄົດຂອງໂລກສີຂຽວ. ໃນອະນາຄົດຈະນໍາໃຊ້ລະບົບໄຟຟ້າແທນລະບົບນໍ້າມັນ ກໍຄືການສ້າງຜົນປະໂຫຍດໃຫ້ເກີດຂຶ້ນແກ່ປະຊາ ຊົນບັນດາເຜົ່າ.I. ປະຫວັດຄວາມເປັນມາຂອງເສັ້ນທາງລົດໄຟໃນລາວ: ປະເທດລາວເຖິງຈະເປັນປະເທດນ້ອຍ, ບໍ່ມີຊາຍແດນຕິດກັບທະເລ ແຕ່ກໍມີປະຫວັດສາດທີ່ເກີດມີເສັ້ນທາງລົດໄຟໃນລາວ.1. ໃນໄລຍະເປັນຫົວເມືອງຂຶ້ນຂອງຝຣັ່ງ ເລີ່ມແຕ່ປີ 1893 ເຂົາເຈົ້າໄດ້ມີແນວຄິດລິເລີ່ມສ້າງເສັ້ນທາງລົດໄຟໃນລາວ ລະຫວ່າງແງ່ຂອງແມ່ນໍ້າຂອງ ເພື່ອລໍາລຽງຂົນສົ່ງສິນຄ້າ, ວັດຖຸທີ່ມີຄຸນຄ່າ, ແກ້ວ, ໄມ້ ແລະ ອື່ນໆ ໄປຕາມ ລໍາແມ່ນນໍ້າຂອງ ເພາະເຂດນີ້ເປັນແກ້ງ, ເຊິ່ງຝຣັ່ງບໍ່ສາມາດເອົາເຮືອບັນທຸກສິ່ງຂອງຂຶ້ນ-ລ່ອງລົງຕາມລໍາແມ່ນໍ້າຂອງໄດ້. ສະນັ້ນ, ໃນປີ 1920 ເຂົາເຈົ້າຈຶ່ງໄດ້ສ້າງທາງລົດໄຟໃສ່ສອງດອນລະບົບ (13 Arches) ຢູ່ທີ່ບ້ານດອນເດດ-ດອນຄອນ, ຍາວ 8 Km, ໃຊ້ລາງຂະໜາດນ້ອຍ 0,60 ແມັດ (ຫົກສິບຊັງຕີແມັດ) ໃຊ້ຫົວຈັກລົດໄຟແບບສະຕີມ (Steam Locomotive) ຍີ່ຫໍ້ 1100-1500HP ທີ່ມີຄວາມໄວ 90 ກິໂລແມັດຕໍ່ຊົ່ວໄມງ ໂດຍໃຊ້ພະລັງດ້ວຍອາຍນໍ້າໂດຍນໍາ.ຝຣັ່ງໄດ້ຢຸດນໍາໃຊ້ທາງລົດໄຟດັ່ງກ່າວເມື່ອຝຣັ່ງຖືກທະຫານຍີ່ປຸ່ນຍຶດເອົາອິນດູຈີນທີ່ເປັນ ເມືອງຂຶ້ນຂອງຝຣັ່ງໃນໄລຍະຕົ້ນຂອງສົງຄາມໂລກຄັ້ງທີ 2 ແລະ ພາຍຫຼັງຍີ່ປຸ່ນເສຍໄຊສົງຄາມໃຫ້ພັນທະມິດ, ລາວກໍ່ໄດ້ປະເອກະລາດໃນວັນທີ 12 ຕຸລາ ປີ 1945. ນັບວ່າ 20 ກວ່າປີທີ່ຝຣັ່ງໄດ້ນໍາໃຊ້ທາງລົດໄຟຢູ່ບ້ານຄອນ-ດອນເດດພາກໃຕ້ຂອງລາວ.

2. ໃນເວລາດຽວກັນນັ້ນ ຝຣັ່ງຍັງໄດ້ສ້າງທາງລົດໄຟ, ຊຶ່ງມີຄວາມຍາວ 5 ກິໂລແມັດທີ່ເປັນລາງລະດັບນ້ອຍ 0,60 ແມັດ (ຫົກສິບຊັງຕີແມັດ), ໃຊ້ຫົວຈັກລົດໄຟດ້ວຍພະລັງຄວາມດັນຂອງອາຍນໍ້າໂດຍໃຊ້ຟືນຕົ້ມນໍ້າ ຢູ່ແຂວງຄໍາມ່ວນ ອອກໄປທາງຜາຮອມເພື່ອໄປປະເທດ ສ.ສ ຫວຽດນາມ ຜ່ານທາງເລກ 12 ຮັບໃຊ້ໃນການທະຫານຂອງເຂົາເຈົ້າໃນການຂົນອາວຸດ ແລະ ອື່ນໆ. ປະຈຸບັນເສັ້ນທາງລົດໄຟດັ່ງກ່າວຍັງສາມາດໄປເບິ່ງໄດ້ໂດຍສະເພາະຢູ່ຂົວຂ້າມນໍ້າໂດນທາງໄປບ້ານຂ້າງຊ້າງ, ເມືອງທ່າແຂກ, ແຂວງຄໍາມ່ວນ ແຕ່ລາງລົດໄຟສ່ວນຫຼາຍແມ່ນໄດ້ຖືກປະຊາຊົນທ້ອງຖິ່ນເອົາໄປແປຮູບເປັນອຸບປະກອນຮັບໃຊ້ເຂົ້າໃນຊີວິດປະຈໍາວັນເກືອບໝົດແລ້ວເປັນຕົ້ນ ມີດ, ພ້າ ແລະ ອື່ນໆ.

3. ພາຍຫຼັງປະເທດລາວ ໄດ້ຮັບປົດປ່ອຍອອກຈາກແອກປົກຄອງຂອງຕ່າງຊາດ ແລະ ສ້າງປະເທດໃຫ້ເປັນສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ພັກ-ລັດເຮົາ ເພິ່ນໄດ້ເບິ່ງກວ້າງມອງໄກ ມີສາຍຕາແຫຼມຄົມ ຕໍ່ແນວທາງຂອງພັກ-ລັດເຮົາ, ເພິ່ນເບິ່ງໂລກແບບວິທະຍາສາດ ແລະ ສັດຈະວິພາກໃນການພັດທະນາເສັ້ນທາງລົດໄຟໃນລາວ ເພື່ອເປັນພາຫະນະປາຍແຫຼມໃນການຂົນສົ່ງໂດຍ ສານ ແລະ ສິນຄ້າໃນລາວໃຫ້ເກີດຂຶ້ນ. ສະນັ້ນ, ໃນປີ 1978 ກະຊວງໂຍທາທິການ ແລະ ຂົນສົ່ງ ເພິ່ນໄດ້ສ້າງຕັ້ງກົມທາງເຫຼັກ, ຊຶ່ງມີພະນັກງານລັດກອນ 10 ກວ່າທ່ານເທົ່ານັ້ນ. ສະນັ້ນ, ໃນຕົ້ນປີ 1979 ໄດ້ນໍາໃຊ້ພະນັກງານລັດຖະກອນດັ່ງກ່າວ ເພື່ອສ້າງບົດລາຍງານເສດຖະກິດ, ເຕັກນິກການພັດທະນາເສັ້ນທາງ ສະຫວັນນະເຂດ-ດົງຮາ-ບ້ານເກືອລໍ ຮ່ວມກັບຊ່ຽວຊານຫວຽດນາມ ລຽບຕາມເສັ້ນທາງໝາຍເລກ 9. ປະຈຸບັນເປັນ “ເສັ້ນທາງເສດຖະກິດຕາເວັນອອກ-ຕາເວັນຕົກ” “East–West Economic Corridor” ໃນເວລານັ້ນວິຊາການຝ່າຍລາວ ແລະ ຝ່າຍຫວຽດນາມ ໄດ້ມີແນວຄິດຈະນໍາໃຊ້ລາງສອງມາດຕະຖານ ໃນການຄົ້ນຄວ້າ ຄືຄວາມກວ້າງຂອງລາງ 1,435 ມິນລີແມັດ ແລະ 1,000 ມິນລີແມັດ ໂດຍຈະນໍາໃຊ້ຫົວຈັກລົດໄຟຈາກອະດີດສະຫະພາບໂຊວຽດ, ແຕ່ໜ້າເສຍດາຍ ໃນທ້າຍປີ 1979 ກົມທາງເຫຼັກ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຖືກລົບລ້າງໂດຍບໍ່ເປັນທາງການ ຍ້ອນຄວາມພ້ອມຂອງຝ່າຍລາວເຮົາໃນເວລານັ້ນ ໄດ້ພົບຄວາມຫຍຸ້ງຍາກທາງການເງິນ, ດ້ານບຸກຄະລາກອນຍັງອ່ອນນ້ອຍສ້າງຄວາມລໍາບາກລະອິດລະອ້ຽວຫຼາຍສົມ ຄວນ. ເຖິງຈະພົບຄວາມຫຍຸ້ງຍາກບາງປະການ, ແຕ່ພັກ-ລັດເຮົາຍັງສືບຕໍ່ຊີ້ນໍາໃຫ້ມີການພັດທະນາເສັ້ນ ທາງລົດໄຟໃຫ້ເກີດຂຶ້ນຢູ່ລາວເຮົາ ເພື່ອໃຫ້ປະເທດລາວທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນທາງຜ່ານອອກສູ່ທະເລໄດ້ຢ່າງສະດວກສະບາຍ.ໃນສະໄໝການພັດທະນາປະເທດຊາດໄປສູ່ຄວາມຈະເລີນ ຮຸ່ງເຮືອນກ້າວໜ້າ ແລະ ເຊື່ອມເສັ້ນທາງຄົມມະນາຄົມໄປສູ່ພາກພື້ນ ແລະ ໃນໂລກໂດຍສະເພາະລົດໄຟອາຊຽນ “ASEAN Railway-Singapore-Kunming” ແລະ ເປົ້າໝາຍກໍຄືສູ່ເອີຣົບ ຄື “Tran ASEAN Railway-Asia-Europe”. ສະນັ້ນ, ພັກ-ລັດເຮົາໃນທ້າຍ ປີ 1995 ຈຶ່ງໄດ້ສ້າງຕັ້ງຄະນະພັດທະນາທາງລົດໄຟ ໂດຍປ່ຽນຊື່ຈາກກົມທາງເຫຼັກ. ຕໍ່ມາວັນທີ 25/05/2000 ໄດ້ປ່ຽນຊື່ຈາກຄະນະພັດທະນາທາງລົດໄຟ ມາເປັນອົງການທາງລົດໄຟ (ທຽບເທົ່າກັບກົມໜຶ່ງຂອງກະຊວງດັ່ງກ່າວ) ຍ້ອນບໍ່ມີການກໍ່ສ້າງທາງລົດໄຟ, ບໍ່ມີການພັດທະນາທາງລົດໄຟ ຕົກມາຮອດ ປີ 2013 ໄດ້ປ່ຽນຊື່ຈາກອົງການທາງລົດໄຟ ມາເປັນກົມທາງລົດໄຟ ຮອດປະຈຸບັນ. ດັ່ງນັ້ນ, ຍ້ອນມີການປ່ຽນແປງຢ່າງລະອິດລະອ້ຽວ ຂອງໂຄງສ້າງການຈັດຕັ້ງຂອງກົມກອງຫຼາຍຄັ້ງ ເພື່ອຈະສ້າງໂຄງການທາງລົດໄຟຢ່າງເປັນຮູບປະທໍາ ຈຶ່ງໄດ້ອອກແຈ້ງການສະບັບຫຼ້າສຸດ ຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 512/ຫສນຍ, ລົງວັນທີ 02 ຕຸລາ 2009 ວ່າດ້ວຍທິດຊີ້ນໍາຂອງກົມການເມືອງສູນກາງພັກ ກ່ຽວກັບແຜນຍຸດທະສາດການພັດທະນາຕາໜ່າງເສັ້ນທາງລົດໄຟຢູ່ລາວເຮົາ ໂດຍໄດ້ໃຫ້ທິດຊີ້ນໍາກ່ຽວກັບແຜນຍຸດທະສາດການພັດທະນາຕາໜ່າງຂອງເສັ້ນທາງລົດໄຟ ຢູ່ປະເທດລາວເຮົາໄດ້ດັ່ງນີ້:1. ຕອນເສັ້ນທາງລົດໄຟແຕ່ວຽງຈັນ-ຫຼວງພະບາງ-ບໍ່ເຕັນ-ຄຸນມິງ ຈັດເປັນລະດັບໜຶ່ງ;2. ຕອນເສັ້ນທາງລົດໄຟ ແຕ່ວຽງຈັນ-ທ່າແຂກ-ມູຢາ (ສ.ສ ຫວຽດນາມ) ຈັດເປັນອັນດັບສອງ;3. ຕອນເສັ້ນທາງລົດໄຟ ທ່າແຂກ-ປາກເຊ ຈັດເປັນອັນດັບສາມ. ສະນັ້ນ, ເພື່ອປະຕິບັດຕາມເນື້ອໃນຈິດໃຈຂອງມະຕິຕົກລົງ ຂອງກົມການເມືອງສູນກາງພັກ, ກະຊວງໂຍທາທິິການ ແລະ ຂົນສົ່ງ ຈຶ່ງໄດ້ພົວພັນກັບລັດຖະມົນຕີກະຊວງລົດໄຟຈີນ ຈົນສາມາດເຊັນບົດບັນທຶກ ຄັ້ງວັນທີ 07/04/2010 ທີ່ປາກກິ່ງ ເມືອງຫຼວງຂອງປະເທດຈີນ. ການເລີ່ມຕົ້ນຂອງການເຊື່ອມໂຍງດ້ານການຂົນສົ່ງທາງລົດໄຟທາງດ້ານວິຊາການຂອງເຈົ້າໜ້າທີ່ອາວຸໂສຂອງອາຊຽນ, Senior Transport Officials Meeting (STOM) ກອງປະຊຸມວິຊາການຂອງໂຄງການສິງກະໂປຄຸນມິງ “Singapore-Kunming “ກ່ອນຢ່າງເປັນເອກະພາບ ແລ້ວຈຶ່ງສະເໜີໃນກອງປະຊຸມຂອງລັດຖະມົນຕີຂົນສົ່ງອາຊຽນ ຄື: ASEAN Transport Ministers “ATM” ນັ້ນເອງ. ຍ້ອນວ່າໂຄງການສ້າງທາງລົດໄຟແຕ່ວຽງຈັນ-ຫຼວງພະບາງ-ບໍ່ເຕັນ-ຄຸນມິງ ເປັນສ່ວນໜຶ່ງຂອງລະບົບຕາໜ່າງເສັ້ນທາງລົດໄຟ ຜ່ານອາຊີ ໄປຢູໂຣບ (ລາວ-ໄປຈີນ-ລັດເຊຍ ເຖິງ ຢູໂຣບ) Trans Asian Railway Network ຊຶ່ງກອງປະຊຸມສຸດຍ້ອນອາຊຽນ ຄັ້ງທີ VII ໃນປີ 2002 ໄດ້ຢັ້ງຢືນຄືນວ່າ ເປັນໂຄງການບູລິມະສິດເຊື່ອມໂຍງອາຊຽນ-ຄຸນມິງ ຕາມການຕົກລົງຂອງລັດຖະມົນຕີຂົນສົ່ງອາຊຽນ. ຊຶ່ງໃນໄລຍະຕໍ່ມາໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ (MOU) Memorandum of Understanding ແລະ ບົດບັນທຶກກອງປະຊຸມ (MOM) Minutes of Meeting ກ່ຽວກັບລົດໄຟສາຍວຽງຈັນ-ຫຼວງພະບາງ-ບໍ່ເຕັນ-ຢູຊີ (YUXI)-ຄຸນມິງ. ລະຫວ່າງລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ຂອງ ສປປ ລາວ ແລະ ລັດຖະມົນຕີກະຊວງລົດໄຟຂອງ ສປ ຈີນ ໃນວັນທີ 07 ເມສາ 2010 ທີ່ນະຄອນຫຼວງວຽງຈັນ ຕາມລໍາດັບ. ສໍາລັບການລົງທຶນທັງໝົດຂອງໂຄງການດັ່ງກ່າວ 5.9 ຕື້ໂດລາສະຫະລັດ ມາແບ່ງເປັນສອງພາກສ່ວນຄື: (Debt Financing) 60% ແລະ ມາເປັນ (Equity) ຕົ້ນທຶນຂອງບໍລິສັດ 40% ຊຶ່ງໄດ້ແບ່ງເປັນ (Portion) ສ່ວນຖືຫຸ້ນລາວ 30%, ສ່ວນຈີນ 70%. ຍ້ອນການເຫັນດີຂອງສອງຝ່າຍ ທາງລັດຖະບານລາວ ແລະ ຈີນ ຈຶ່ງໄດ້ແຕ່ງຕັ້ງບໍລິສັດຮ່ວມທຶນຂຶ້ນມາ, ລາວຖືຫຸ້ນ 30%, ສ່ວນຈີນ 70%. – ຮ່ວງເງິນກູ້ (Debt Financing) ແມ່ນບໍລິສັດຮ່ວມທຶນຈະກູ້ຢືມໃນດອກເບ້ຍຕໍ່າ 3% ຕໍ່ປີ ເປັນຜູ້ຮັບຜິດຊອບເປັນເງິນທັງໝົດ ປະມານ 5,9 ຕື້ x 60% = 3,54 ຕື້ໂດລາ, ສ່ວນ Equity ຕົກເປັນ 5,9 ຕື້ x 40% = 2,36 ຕື້ ໂດລາ ຝ່າຍຈີນ 1,652 ຕື້ ໂດລາ;- ສ່ວນຝ່າຍລາວ ຕົກເປັນປະມານ 730 ລ້ານ ໂດລາ ລາວຈະກູ້ຢືມກັບລັດຖະບານຈີນ 480 ລ້ານໂດລາ ໃນດອກເບ້ຍພິເສດແບບນະໂຍຍາຍ 2,3% ຕໍ່ປີ, ສ່ວນ 250 ລ້ານ ໂດລາ ລັດຖະບານລາວເປັນຜູ້ຮັບຜິດ ຊອບໃນຮ່ວງດັ່ງກ່າວ ເພື່ອເອົາເຂົ້າເປັນຕົ້ນທຶນ.- ໂຄງການດັ່ງກ່າວໄດ້ລົງມືກໍ່ສ້າງໃນວັນທີ 01/01/2007 ຈະສໍາເລັດໃນວັນທີ 02 ທັນວາ 2021 ໄລຍະເວລາ 05 ປີ ຊຶ່ງເປັນມື້ສັນວັນດີຂອງປະຫວັດສາດລາວ ຄືວັນທີ 02 ທັນວາ 2021 ຄົບຮອບ 46 ປີ ທັງເປັນປະຫວັດສາດການຮ່ວມມື ສປປ ລາວ ແລະ ສປ ຈີນ ທີ່ໄດ້ສ້າງຕັ້ງສາຍພົວພັນທາງການທູດນໍາກັນມາເປັນເວລາ 60 ປີ.- ເສັ້ນທາງລົດໄຟດັ່ງກ່າວໄດ້ຢູ່ໃນໂຄງການ ໜຶ່ງເສັ້ນທາງ-ໜຶ່ງແລວທາງ “One Belt One Road” ທັງເປັນເສັ້ນທາງລົດໄຟສິງກະໂປ-ຄຸນມິງ ຂອງອາຊຽນ ແລະ ເປັນພາກສ່ວນໜຶ່ງທີ່ເຊື່ອມຕໍ່ໃສ່ “Trans Asian Railway-Russia-Europe” ໄປເຖິງສະຫະພາບລັດເຊຍ ແລະ ຢູໂຣບ. ເປັນເສັ້ນທາງລົດໄຟຄວາມໄວສູງ ເວົ້າເຖິງການຮັບປະກັນຄວາມປອດໄພເພື່ອຮັບໃຊ້ໃຫ້ແກ່ການຄ້າ, ການທ່ອງທ່ຽວ ຍ້ອນລາຄາປະຢັດ ໃຊ້ເວລາໜ້ອຍໃນການເດີນທາງ ແລະ ມີຄວາມປອດໄພສູງ. ສໍາລັບໂຄງການກໍ່ສ້າງທາງລົດໄຟ ໃຊ້ລາງໄລຍະຫ່າງ 1,435 ມິນລີແມັດ, ໃຊ້ຄວາມໄວໃນການ ອອກແບບເບື້ອງຕົ້ນແມ່ນ 200 ກິໂລແມັດ ຕໍ່ຊົ່ວໂມງ, ໂດຍ ນໍາໃຊ້ຫົວຈັກລົດໄຟຍີ່ຫໍ້ CR 2007 EMU, ຊຶ່ງໃນໄລຍະຫຼັງໄດ້ມາແບ່ງເປັນສອງສ່ວນຄື: ໄລຍະເສັ້ນທາງລົດໄຟ ແຕ່ວຽງຈັນ-ວັງວຽງ ເປັນທາງພຽງສາມາດແລ່ນລົດໄຟໄດ້ 200 ກິໂລແມັດ/ຊົ່ວໂມງ ຈາກວັງວຽງໄປຫາບໍ່ເຕັນໄປຫາຢູຊີ ປະເທດຈີນຕາມເສັ້ນທາງໄປຫາຄຸນມິງ ໃຊ້ຄວາມໄວ 160 ກິໂລແມັດ/ຊົ່ວໂມງ, ຍ້ອນໄລຍະທາງດັ່ງກ່າວມີພູເຂົາຫຼາຍ. ສະນັ້ນ, ຕ້ອງໄດ້ເຈາະອຸບມົງ, ທາງຝັ່ງລາວເຈາະອຸບມົງ 75 ແຫ່ງ ເທົ່າກັບ 198 ກິໂລແມັດ, ເຮັດຂົວທັງໝົດ 167 ແຫ່ງ ເທົ່າກັບ 61 ກິໂລແມັດ. ສະນັ້ນ, ຈຶ່ງເຮັດໃຫ້ລົດໄຟຄວາມໄວລຸດລົງ, ອີກບັນຫາໜຶ່ງລົດໄຟບໍ່ສາມາດລ້ຽວໂດຍໃຊ້ມຸມໂຄ້ງໄປ-ກັບທີ່ສັ້ນແລະຈໍ້ໄດ້ຄືກັບລົດໂອໂຕ ສະນັ້ນຈໍາເປັນຕ້ອງໄດ້ເຈາະອຸບມົງ ແລະ ເຮັດຂົວສູງສໍາລັບຄໍາທີ່ວ່າລົດໄຟຄວາມໄວສູງ, ຊ່ຽວຊານໄດ້ຕັ້ງມາດຕະຖານແບ່ງອອກເປັນ 3 ກຸ່ມ, ແຕ່ 200 ກິໂລແມັດ ຫາ 630 ກິໂລແມັດ/ຊົ່ວໂມງ. ສະນັ້ນ, ລົດໄຟລາວ-ຈີນເສັ້ນດັ່ງກ່າວ ຈຶ່ງຢູ່ໃນລະດັບກຸ່ມທໍາອິດຂອງລົດໄຟຄວາມໄວສູງ, ແຕ່ 200 ກິໂລແມັດ ຫາ 350 ກິໂລແມັດ. ອັນສໍາຄັນທີ່ສຸດຂອງເສັ້ນທາງລົດໄຟດັ່ງກ່າວແມ່ນສາຍການພົວພັນລາວ-ຈີນ ໃນປີ 2021 ບ່ອນທີ່ວ່າ: “ມີສາຍພົວພັນເປັນແບບເພື່ອນມິດທີ່ດີ, ຂາຫຸ້ນສ່ວນທີ່ດີ ຕ່າງຝ່າຍຕ່າງມີຜົນປະໂຫຍດ”.

2. ຕອນທີ່ສອງຂອງການກໍ່ສ້າງເສັ້ນທາງລົດໄຟວຽງຈັນ-ທ່າແຂກ-ມູຢາ (ຫວຽດນາມ), ເສັ້ນທາງລົດໄຟດັ່ງກ່າວມີຄວາມຍາວ 550 ກິໂລແມັດ ໃຊ້ທຶນໃນການກໍ່ສ້າງທັງໝົດ 6 ຕື້ ໂດລາ. ໃນປະຈຸບັນເສັ້ນທາງລົດໄຟດັ່ງກ່າວຍັງໃຫ້ທີ່ປຶກສາເບິ່ງແບບຄືນໃໝ່ ທີ່ໄດ້ອອກແບບໄວ້ໃນເທື່ອກ່ອນ ຈາກທຶນຊ່ວຍເຫຼືອລ້າຂອງ ສ. ເກົາຫຼີ KOICA. ເສັ້ນທາງລົດໄຟດັ່ງກ່າວແມ່ນກຸ່ມ ບໍລິສັດ ປີໂຕລ້ຽມ ເທຣດດິ້ງ ຊຶ່ງຢູ່ໃນກຸ່ມຂອງ ບໍລິສັດ ພີທີແອວໂຣນດິ້ງເປັນຜູ້ສໍາປະທານໄດ້, ຄາດຄະເນວ່າຈະສາມາດກໍ່ສ້າງໃນທ້າຍປີນີ້ ໄລຍະກໍ່ສ້າງ 5 ປີ. ໃນນັ້ນ, ບັນຫາວ່າຈະໃຊ້ລາງ 1,435 ມິລີແມັດ ຫຼື 1,000 ມິນລີແມັດ ເພາະ ສ.ສ ຫວຽດນາມໃຊ້ລາງ 1,000 ມິນລີແມັດ ຢູ່ໃນເສັ້ນດັ່ງກ່າວ.

3. ຕອນທາງລົດໄຟທີສາມ ຊຶ່ງເປັນເສັ້ນທາງລົດໄຟເຂົ້າລາວເສັ້ນທໍາອິດ ຈາກການພົວພັນລາວ-ໄທ ຖືວ່າເປັນວຽກໃຫຍ່ຫຼວງຂອງປະຫວັດສາດຂອງການຮ່ວມມືລາວ-ໄທ, ໄດ້ສ້າງລະດັບຄວາມກວ້າງຂອງລາງລົດໄຟ 1,000 ມິນລີແມັດ ເຂົ້າມາລາວຈາກກາງຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຫາ ບ້ານດົງໂພສີ (ເຂດທ່ານາແລ້ງ) ມີຄວາມຍາວ 3.5 ກິໂລແມັດ.- ການກໍ່ສ້າງເສັ້ນທາງລົດໄຟແຫ່ງທີ 1 ຊຶ່ງມີຄວາມຍາວ 3.5 ກິໂລແມັດ ຫຼາຍທ່ານ ຫຼາຍສື່ມວນຊົນ ກໍຖືວ່າເປັນທາງລົດໄຟທີ່ສັ້ນທີ່ສຸດໃນໂລກ ແຕ່ຍັງມີປະເທດທີ່ສັ້ນກວ່າລາວ ເຊັ່ນ ປະເທດເນປານ “Nepal” ມີເສັ້ນທາງລົດໄຟພຽງແຕ່ 700 ແມັດ ເທົ່ານັ້ນ ຖືວ່າປະເທດລາວຍັງຢູ່ໃນລະດັບທີສອງ ທີ່ມີເສັ້ນທາງລົດໄຟທີ່ສັ້ນທີ່ສຸດໃນໂລກໃນເວລານັ້ນ. ສໍາລັບເສັ້ນທາງລົດໄຟດັ່ງກ່າວ ໄດ້ທຶນຊ່ວຍເຫຼືອລ້າຈາກການສໍາຫຼວດຄວາມເປັນໄປໄດ້ ຈາກບໍລິສັດ “Transmark ແລະ Atkins” ໃນປີ 1995. ໃນເວລາຕໍ່ມາກໍມີການຢຸດຊະງັກບໍ່ໄປບໍ່ມາ ສ່ວນລັດຖະ ບານ ແລະ ກົມກ່ຽວຂ້ອງກໍໄດ້ຊອກຫາແຫຼ່ງທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມດອກເບ້ຍຕໍ່າກໍ່ສ້າງເສັ້ນທາງລົດ ໄຟດັ່ງກ່າວ. ໃນໄລຍະຕໍ່ມາໃນວັນທີ 14/06/2012 ລັດຖະບານລາວໄດ້ເຊັນສັນຍາຮັບຮອງເອົາເງິນຊ່ວຍເຫຼືອລ້າ ແລະ ກູ້ຢືມດອກເບ້ຍຕໍ່າຈາກລັດຖະບານ ແຫ່ງຣາຊະອານະຈັກໄທ, ຊຶ່ງເວລານັ້ນແມ່ນທ່ານ ທັກສິນ ຊິນນະວັດ ເປັນນາຍົກລັດຖະມົນຕີຂອງໄທ ທີ່ມີແນວຄິດສ້າງຕັ້ງອົງການພັດທະນາເສດຖະກິດກັບປະເທດເພື່ອບ້ານຂຶ້ນມາຊື່ວ່າ: “NEDA” (Neighbouring Countries Economic Development Cooperation Agency) ເພື່ອສ້າງທາງລົດໄຟແຕ່ກາງຂົວມິດຕະພາບ ຫາ ສະຖານີທ່ານາແລ້ງ 3,5 ກິໂລແມັດ ໃນຈໍານວນເງິນ 197 ລ້ານບາດ. ໃນນັ້ນຊ່ວຍເຫຼືອລ້າ 30% ໃຫ້ກູ້ຢືມ 70% ດອກເບ້ຍຕໍ່າ 1,5% ຕໍ່ປີ, ປອດໜີ້, ປອດດອກເບ້ຍ 10 ປີ ໃຊ້ແທນຄືນ 30 ປີ. ອັນດີອີກອັນໜຶ່ງມີການຊ່ວຍເຫຼືອໃນການລົງສໍາຫຼວດອອກແບບຕື່ມໃຊ້ເງິນຈໍານວນ 4 ລ້ານບາດ, ຊຶ່ງໃຫ້ ບໍລິສັດ STS Engineering Consultant Co., LTD ຂອງໄທ ເປັນຜູ້ອອກແບບລະອຽດ (Detailed Design) ໂດຍການຮ່ວມມືຂອງວິຊາການຝ່າຍລາວ, ຊຶ່ງໃນຕໍ່ມາຈຶ່ງໄດ້ລົງມືການກໍ່ສ້າງໃນເດືອນ 10 ປີ 2006 ແລະ ໄດ້ສໍາເລັດໂຄງການໃນເດືອນ 5 ປີ 2008, ໄດ້ເປີດພິທີເປັນທາງການລະຫວ່າງສອງປະເທດ ໃນການເດີນລົດໄຟຮ່ວມກັນ ຊຶ່ງໄດ້ເປີດພິທີທາງການໃນວັນທີ 05/03/2009 ມີແຂກລະດັບສູງສອງປະເທດມາຮ່ວມເຊັ່ນ: ປະເທດໄທ ແມ່ນສົມເດັດພະເທບ, ປະເທດລາວ ແມ່ນທ່ານ ຮອງປະທານປະເທດ ທ່ານ ບຸນຍັງ ວໍລະຈິດ, ມີປະຊາຊົນໄທມາທົດລອງຂີ່ລົດໄຟ ຈໍານວນ 2000 ຄົນ, ສ່ວນປະຊາຊົນລາວເຮົາແມ່ນ 1000 ກວ່າຄົນມາຮ່ວມ ໃນການຂີ່ລົດໄຟທົດລອງຂ້າມຂົວໄປຝັ່ງໄທ ແລະ ກັບມາລາວ ໃຊ້ວັນເວລາແລ່ນທົດລອງ ແຕ່ວັນທີ 04/07 ຫາ 15/07/2008. ຖືວ່າໂຄງການທໍາອິດຂອງລົດໄຟລາວ-ໄທ ມີຄວາມລະອິດລະອ້ຽວຫຼາຍ ທີ່ສ້າງຄວາມຝັນທີ່ວ່າງເປົ່າ “Empty Dream” ກາຍເປັນຄວາມຝັນໃຫ້ເປັນຈິງຂຶ້ນມາໄລຍະຕົ້ນຄື “Full Dream” ໃຫ້ແກ່ປະຊາຊົນລາວເຮົາ.

4. ໂຄງການກໍ່ສ້າງທາງລົດໄຟ ແຕ່ທ່ານາແລ້ງ ຫາ ສະຖານີວຽງຈັນ (ບ້ານຄໍາສະຫວາດ) ມີຄວາມຍາວ 7.5ກິໂລແມັດ, ໃນເບື້ອງຕົ້ນມີຄວາມຍາວ 9 ກິໂລແມັດ, ຊຶ່ງເປັນເສັ້ນທາງເຊື່ອມຕໍ່ສອງປະເທດລາວ-ໄທ (ເຊື່ອມຕໍ່ຈາກ 3.5 ກິໂລແມັດ) ແມ່ນໂຄງການຍຸດທະສາດຂອງຂະແໜງການຄົມມະນາຄົມຂົນສົ່ງຂອງສອງປະເທດ ທັງເປັນເສັ້ນທາງ (Spur Line) ຂອງເສັ້ນທາງລົດໄຟອາຊຽນ ສິງກະໂປ-ຄູນມິງ (Singapore-Kunming) ເປັນເສັ້ນທາງທີ່ສັ້ນທີ່ສຸດໃນອາຊຽນ ແລະ ໃນອັນດັບສອງທີ່ສັ້ນຂອງໂລກກໍວ່າໄດ້, ການລົງທຶນຕໍ່າ ແຕ່ມີປະສິດທິຜົນສູງດ້ານການຂົນສົ່ງສອງປະເທດລາວ-ໄທ ອອກສູ່ທະເລຢູ່ທ່າເຮືອແຫຼມສະບັງ ປະເທດໄທ, ທັງການຂົນສົ່ງສິນຄ້າ ແລະ ໂດຍສານດ້ວຍລາງ 1,000 ມິນລີແມັດ ຕາມມາດຕະຖານຂອງໄທ ແລະ ມາດຕະຖານຂອງຫຼາຍປະເທດໃນອາຊຽນ, ຊຶ່ງປະເທດໄທໄດ້ມີເສັ້ນທາງລົດໄຟລະບົບດັ່ງກ່າວຫຼາຍກວ່າ 5,000 ກິໂລແມັດ. ສໍາລັບເສັ້ນທາງລົດໄຟດັ່ງກ່າວໄດ້ມີການສໍາຫຼວດຄວາມເປັນໄປໄດ້ທາງລົດໄຟ ຈາກວຽງຈັນ ຫາ ໜອງຄາຍ ໂດຍບໍລິສັດ Transmark ແລະ Atkins ໃນປີ 1995. ໃນໄລຍະຕໍ່ມາໄດ້ຮັບທຶນຊ່ວຍເຫຼືອລ້າຈາກການສໍາຫຼວດເບື່ອງຕົ້ນຂອງອົງການ AFD ຂອງຝຣັ່ງເສດ ໄດ້ໃຫ້ທຶນຊ່ວຍເຫຼືອລ້າຈໍານວນ 400,000 ເອີໂຣ ສໍາເລັດໃນເດືອນ 08/2008. ໃນໄລຍະຕໍ່ມາໄດ້ຮັບທຶນຊ່ວຍເຫຼືອລ້າຈາກອົງການ NEDA ກອງທຶນພັດທະນາເພື່ອນບ້ານ ທີ່ເກີດຂຶ້ນໃນໄລຍະ ທ່ານ ທັກສິນ ຊິນນະວັດ ເປັນນາຍົກໄທ ໃນການສໍາຫຼວດອອກແບບລະອຽດ (Detailed Design and Preparation of Fender Document) ໃຊ້ທຶນຊ່ວຍເຫຼືອລ້າປະມານ 20 ລ້ານບາດໄທ ໄດ້ສໍາເລັດໃນເດືອນ 02 ປີ 2010. ຕໍ່ມາເປັນເຫດການທີ່ສໍາຄັນທີ່ພາໃຫ້ຄວາມຝັນເກີດຂຶ້ນ ຍ້ອນລັດຖະບານໄດ້ອອກໃບແຈ້ງການສະບັບເລກທີ 185/ຫລບ, ລົງວັນທີ 11/08/2011 ໃນຂໍ້ທີ 5 ວ່າດ້ວຍການເຫັນດີໃຫ້ສືບຕໍ່ໂຄງການສ້າງລົດໄຟ ໜອງຄາຍ-ວຽງຈັນ ຫາ ບ້ານຄໍາສະຫວາດ (ສະຖານີວຽງຈັນ) ຕາມໂຄງການຮ່ວມມືລາວ-ໄທ, ຊຶ່ງຕໍ່ມາໄດ້ມີໃບແຈ້ງການຈາກລັດຖະບານ ໂດຍອີງຕາມການຊີ້ນໍາຂອງທ່ານ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ໃນວັນທີ 20 ສິງຫາ 2011 ເຫັນດີ ແຕ່ໃຫ້ປຶກສາກັບອົງການຮ່ວມມືພັດທະນາກັບປະເທດເພື່ອນບ້ານ NEDA ສະເພາະໂຄງການລົດໄຟທ່ານາແລ້ງ-ນະຄອນຫຼວງວຽງຈັນ ໃຫ້ໂຈະໄວ້ກ່ອນ ໃຫ້ສຸມໃສ່ໂຄງການສ້າງຂົວຂ້າມແມ່ນໍ້າຂອງແຫ່ງໃໝ່ ເພື່ອເຊື່ອມຕໍ່ໂຄງການລົດໄຟລາວ-ໄທ-ຈີນ. ແຕ່ການຕອບກັບຂອງເຈົ້າຂອງທຶນຜູ້ໃຫ້ກູ້ຕອບວ່າ: “ບໍ່ສາມາດອວ່າຍທຶນໄດ້, ຮ່ວງທຶນນີ້ແມ່ນສ້າງທາງລົດໄຟເທົ່ານັ້ນ ຈະໄປເຮັດຂົວລົດໄຟ ແມ່ນບໍ່ໄດ້, ຖ້າຢາກໄດ້ເງິນສ້າງຂົວແມ່ນໃຫ້ຂໍໃໝ່” ຖືວ່າໂຄງການດັ່ງກ່າວລະອິດລະອ້ຽວ, ສ້າງຄວາມຝັນຫຍຸ້ງຍາກໃນການກໍ່ສ້າງທາງລົດໄຟເສັ້ນນີ້ ແມ່ນຄວາມຝັນ ໄດ້ກັບມາເປັນຄວາມຝັນວ່າງເປົ່າອີກແລ້ວ ເທົ່າສູນ (0). ໃນຕໍ່ມາມີໃບແຈ້ງການຂອງທ່ານ ນາຍົກລັດຖະມົນຕີ ທ່ານ ທອງສິງ ທໍາມະວົງ ໄດ້ມອບສິດອໍານາດ ໃຫ້ແກ່ທ່ານ ຮອງລັດຖະມົນຕີຊ່ວຍວ່າການກະຊວງການເງິນຂອງລາວ ໄປເຊັນກູ້ຈາກອົງການ NEDA ຂອງໄທ ຕາມຂໍ້ຕົກລົງສະບັບເລກທີ 119/PM, ລົງວັນທີ 14/04/2012 ຖືວ່າເປັນນິຕິກໍາສຸດທ້າຍຂອງນາຍົກ ແລະ ໄດ້ເຊັນສັນຍາເງິນກູ້ຢືມດອກເບ້ຍຕໍ່າ Soft Loan ແລະ ຊ່ວຍເຫຼືອລ້າ ຄັ້ງວັນທີ 14 ມິຖຸນາ 2012 ໃນຈໍານວນເງິນ 1,650,000,000 (ໜຶ່ງຕື້ຫົກຮ້ອຍຫ້າສິບລ້ານບາດ) ບາດໄທ ແບ່ງອອກສອງສ່ວນມານໍາໃຊ້ການກໍ່ສ້າງລະບົບການສ້າງສິນຄ້າ CY (ສາງຕູ້ສິນຄ້າ) ໝົດພຽງແຕ່ 656,402,220.55 ບາດ (ຫົກຮ້ອຍຫ້າສິບຫົກລ້ານສີ່ແສນສອງພັນສອງຮ້ອຍຊາວ ຫ້າສິບຫ້າບາດໄທ). ສ່ວນທີ່ຍັງເຫຼືອເພື່ອສ້າງທາງລົດໄຟແຕ່ທ່ານາແລ້ງ ຫາ ບ້ານຄໍາສະຫວາດ ຕົກເປັນເງິນ 993,537,779 ບາດໄທ (ເກົ້າຮ້ອຍເກົ້າສິບສາມລ້ານຫ້າແສນສາມສິບເຈັດພັນເຈັດຮ້ອຍເຈັດສິບເກົ້າບາດ) ຮອດວັນທີ 06/2017 ຖ້າບໍ່ນໍາໃຊ້ຕ້ອງໄດ້ເອົາເງິນສົ່ງຝ່າຍໄທຄືນ, ແຕ່ຂ້າພະເຈົ້າແມ່ນເຫັນວ່າຄວນກູ້ຢືມໃຫ້ໃຊ້ຈ່າຍຕາມເປົ້າໝາຍຂອງຕົນເອງ ໃນເບື້ອງຕົ້ນ ເພື່ອໃຫ້ໄດ້ການຊ່ວຍເຫຼືອລ້າ 30% ກູ້ຢືມແບບດອກເບ້ຍຕໍ່າ 1,5%/ປີ. ປອດໜີ້, ປອດດອກເບ້ຍ 10 ປີ, ສົ່ງທຶນຄືນ 30 ປີ. ແຕ່ເຖິງຢ່າງໃດກໍຕາມ ຫຼາຍທ່ານກໍມີມູມມອງຕ່າງກັນ ເພື່ອຜົນປະໂຫຍດສູງສຸດຂອງປະເທດຊາດ ໃຫ້ແກ່ປະຊາຊົນລາວ ຈຶ່ງໄດ້ອອກຄໍາສັ່ງທີ່ຕົກລົງໃນກອງປະຊຸມ ຄັ້ງວັນທີ 20/02/2015 ໄດ້ຊີ້ນໍາໃຫ້ປະຕິບັດບັນຫາທີ່ໄດ້ຊີ້ນໍາຜ່ານມາ “ກ່ຽວກັບໂຄງການກໍ່ສ້າງທາງລົດໄຟລາວ-ໄທ ໄລຍະ 9 ກິໂລແມັດ ແມ່ນບໍ່ໃຫ້ສືບຕໍ່ກໍ່ສ້າງເດັດຂາດ” ຄືທີ່ໄດ້ຊີ້ນໍາຜ່ານມາແລ້ວ, ສ່ວນທຶນທີ່ຝ່າຍໄທຈະໃຫ້ກູ້ຢືມເຂົ້າໃນໂຄງການນີ້, ມັນອາດຈະເອົາໄປນໍາໃຊ້ເຂົ້າໃນໂຄງການກໍ່ສ້າງໂຄງການອື່ນເຊັ່ນ: ການສ້າງຂົວທາງລົດໄຟຂ້າມນໍ້າຂອງໂຕໃໝ່ ພາຍໃຕ້ການຊີ້ນໍາຂອງກອງປະຊຸມດັ່ງກ່າວ ໄດ້ສະເໜີໃຫ້ຝ່າຍໄທຄືນ ແຕ່ເພິ່ນກໍໄດ້ຕອບ ເໝືອນເດີມ ບໍ່ໃຫ້ເງິນນັ້ນ ອວ່າຍໄປໃຊ້ໂຄງການອື່ນ ເພາະມັນເປັນຫຼັກການມາດຕະຖານຂອງເງິນກູ້, ຖ້າຢາກສ້າງຂົວກໍໃຫ້ກູ້ຢືມໃໝ່ ຫຼື ສົ່ງເງິນຄືນເທົ່ານັ້ນ. ປະຊາຊົນລາວທັງຊາດກໍໄດ້ລໍຄອຍມາດົນສົມຄວນ, ເງິນຈະສົ່ງກໍບໍ່ສົ່ງ, ຈະເຮັດຫຍັງກໍບໍ່ເຮັດ ໂຄງການໄດ້ຢຸດສະງັກ ທັງແກ່ຍາວເວລາອອກໄປ ເກີດມີເຫດການປະຊາຊົນໄດ້ເຂົ້າມາຈັບ ຈອງທີ່ດິນຂອງລັດ ທີ່ໄດ້ປົກປັກຮັກສາໃນເມື່ອກ່ອນ ຈົນມາຮອດການປ່ຽນແປງນາຍົກຄົນໃໝ່ ຂອງລັດຖະບານຄືທ່ານ ທອງລຸນ ສີສຸລິດ ຈຶ່ງໄດ້ຕົກລົງເຫັນດີສືບຕໍ່ກໍ່ສ້າງ ແຕ່ທ່ານກໍຍັງເປັນຫ່ວງເປັນໃຍນໍາໂດຍໄດ້ຄໍາຖາມໃນ 2 ບັນຫາໃຫຍ່ຄື:1. ການວຽນຄືນທີ່ດິນໃຫ້ປະຊາຊົນເປັນແນວໃດ? 2. ເສັ້ນທາງລົດໄຟລາວ-ຈີນ ຈະເອົາສະຖານີສາງສິນຄ້າໄປໄວ້ໃສ? ໃນສອງຄໍາຖາມນີ້ ແມ່ນຈຸດໃຈກາງຂອງບັນຫາຈະສືບຕໍ່ ຫຼື ບໍ່? ແຕ່ກໍມີການຕອບໂຈດຈາກວິຊາການກົມທາງລົດໄຟ ແລະ ໂຄງການສ້າງທາງລົດໄຟລາວ-ຈີນຢ່າງລະອຽດ. ສໍາລັບຂ້າພະເຈົ້າ ເຫັນວ່າການໃຫ້ສືບຕໍ່ໂຄງການດັ່ງ ກ່າວແມ່ນຖືກຕ້ອງຫຼາຍ, ຖ້າຈະເບິ່ງບັນຫາແບບສັດຈະວິພາກ ແລະ ແບບວິທະຍາສາດຄື:1. ຈະບໍ່ເສຍຮູບແບບການພົວພັນມິດຕະພາບບ້ານໃກ້ເຮືອນຄຽງ, ກ່ອນຈະກູ້ຢືມເງິນມາ ໄດ້ຜ່ານຫຼາຍຍຸກຫຼາຍສະໄໝ, ຜ່ານຫຼາຍນາຍົກ, ຝ່າຍໄທກໍມີການຊ່ວຍເຫຼືອ ເພື່ອໃຫ້ເກີດເສັ້ນທາງລົດໄຟດັ່ງກ່າວ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນທັງສອງປະເທດ; 2. ການຂໍຢືມຍາວນານ, ໃຫ້ກູ້ ແລະ ຈະສົ່ງຄືນກໍເຫັນວ່າບໍ່ສັດຈະວິພາກແທ້;3. ການທີ່ຕ່າງປະເທດໃຫ້ກູ້ຢືມດອກເບ້ຍຕໍ່າ ຍັງຊ່ວຍເຫຼືອລ້າອີກ 30% ຂອງທຶນກູ້ຢືມ;4. ອີກບັນຫາໜຶ່ງທີ່ສໍາຄັນ ແມ່ນເປັນຮູບການສະກັດກັ້ນປະຊາຊົນ ບໍ່ໃຫ້ຍຶດເອົາດິນລັດທີ່ສະຫງວນໄວ້ ເພື່ອກໍ່ ສ້າງເສັ້ນທາງລົດໄຟ ແລະ ສາງເກັບມ້ຽນສິນຄ້າທີ່ທ່ານາແລ້ງ ຈໍານວນ 83 ເຮັກຕາ, ຍ້ອນວ່າແຕ່ລະມື້ກໍມີການເຂົ້າມາຄອບຄອງເຂດດິນສະຫງວນໄວ້ນັ້ນ, ເພາະແກ່ຍາວ, ບໍ່ມີເວລາທີ່ຊັດເຈນ ເພື່ອທໍາການກໍ່ສ້າງຫຍັງ ກົງກັນຂ້າມປະຊາຊົນກໍຢາກພັດທະນາດິນຢູ່ພື້ນທີ່ນັ້ນ, ກໍ່ສ້າງເຮືອນຊານ ແລະ ອື່ນໆ ຈົນເກີດມີນາຍໜ້າຊອກຂາຍດິນຂຶ້ນຫຼາຍເຈົ້າ. ດ້ວຍເຫດຜົນທີ່ກ່າວມາຂ້າງເທິງນີ້ ທັດສະນະສ່ວນຕົວຂອງຂ້າພະເຈົ້າເຫັນວ່າ ການຕັດສິນໃຈກູ້ຢືມເງິນ ເພື່ອໄດ້ເສັ້ນທາງລົດໄຟມາໃຫ້ປະຊາຊົນ ເປັນເລື່ອງທີ່ທໍາຄວາມຝັນກະໂດດຂັ້ນນັ້ນແລ້ວ!.- ສໍາລັບໂຄງການດັ່ງກ່າວໄດ້ເຊັນສັນຍາກໍ່ສ້າງໃນວັນທີ 28/06/2019- ໄດ້ເລີ່ມລົງມືກໍ່ສ້າງ ໃນວັນທີ 01/10/2019- ໃຊ້ເວລາກໍ່ສ້າງ 27 ເດືອນ- ຈະສໍາເລັດການກໍ່ສ້າງໃນວັນທີ 31/12/2021- ໃຊ້ທຶນກໍ່ສ້າງທັງໝົດ 994,680,525.69 ບາດໄທ (ເກົ້າຮ້ອຍເກົ້າສິບສີ່ລ້ານຫົກແສນແປດສິບພັນຫ້າຮ້ອຍຊາວຫ້າ ຫົກສິບເກົ້າບາດ) ສະຫຼຸບໄດ້ວ່າໃນ 4 ໂຄງການຂອງຕາໜ່າງລົດໄຟໃນລາວ ໄດ້ສໍາເລັດມາກ່ອນໜຶ່ງເສັ້ນທາງ, ສ່ວນສອງເສັ້ນງູກາງ ແລະ ງຸໃຫຍ່ນັ້ນ ແມ່ນຈະສໍາເລັດໃນເດືອນ 12/2021 ນີ້, ຊຶ່ງປີນີ້ເປັນປີມະຫາໄຊຂອງວັນຊາດ ທີ 2 ທັນວາ ຄົບ ຮອບ 46 ປີ ຂອງລາວເຮົາ ຖືວ່າເປັນປະສາດຂອງປະເທດລາວເຮົາແລ້ວ, ປີໜຶ່ງໄດ້ເສັ້ນທາງລົດໄຟ 2 ເສັ້ນ. ຂ້າພະເຈົ້າຈະຍົກຕົວຢ່າງຢູ່ປະເທດສະຫະລັດອາເມລິກາ ໂດຍໄດ້ທໍາການສໍາຫຼວດກ່ຽວກັບລົດໄຟຄວາມໄວສູງ ໃນປີ 1984 ເພື່ອສ້າງທາງລົດໄຟດ່ວນຄວາມໄວສູງ ໃນປີ 1996. ອົງການທາງລົດໄຟຄວາມໄວສູງຂອງອາເມລິກາ ລັດຄາລິຟໍເນຍ (California High Speed Rail Authority) ໄດ້ວາງແຜນການກ່ຽວກັບການສ້າງທາງລົດໄຟຄວາມໄວສູງ ທີ່ມີຄວາມໄວເກີນ 300 ກິໂລແມັດ/ຊົ່ວໂມງ. ໃນໄລຍະຕໍ່ມາຂ້າພະເຈົ້າໄດ້ອ່ານວາລະສານຂອງປະເທດອາເມລິກາວ່າ “California Dream edges Closer to Reality” ໝາຍວ່າ ຄາລິຟໍເນຍ ໄດ້ເປັນ ຄວາມຝັນຫຍັບໃກ້ຄວາມເປັນຈິງ ຖ້າສົມທຽບໃສ່ລົດໄຟຄວາມໄວສູງຂອງຈີນ ກ່ອນວັນທີ 18 ເມສາ 2007, ຈີນຍັງບໍ່ທັນມີທາງລົດໄຟຄວາມໄວສູງຈັກເສັ້ນ ແຕ່ໃນເວລາ 4 ປີ ຕໍ່ມາທາງລົດໄຟຄວາມໄວສູງຂອງຈີນໄດ້ມີເຖິງ 7,531 ກວ່າກິໂລແມັດ, ກວມເອົາ 30% ໃນທົ່ວໂລກຕ້ອງໃຊ້ລາງ 1,435 ມິນລີແມັດ (Standard Gauge) ມີຄວາມໄວໃນເບື້ອງຕົ້ນ 200 ກິໂລແມັດ/ຊົ່ວໂມງ ເຖິງ 350 ກິໂລແມັດ/ຊົ່ວໂມງ. ມາຮອດປະຈຸບັນທາງລົດໄຟຄວາມໄວສູງຂອງຈີນໄດ້ຢູ່ໃນລະດັບໜຶ່ງຂອງໂລກ, ຊຶ່ງປະເທດຈີນຍັງຈະສ້າງລະບົບລົດໄຟຄວາມໄວສູງດ້ວຍລົດ ໄຟ (ທາງລົດໄຟລາງດຽວມາກາເຣັດ) ຈີນຈະຜະລິດລົດໄຟໃຫ້ມີຄວາມໄວໄດ້ 630 ກິໂລແມັດ/ຊົ່ວໂມງ, ຊຶ່ງຍີ່ປຸ່ນໃນປະຈຸບັນໄດ້ພຽງ 600 ກິໂລແມັດ/ຊົ່ວໂມງ. ຖ້າຈະທຽບລາວໃສ່ສອງປະເທດມະຫາອໍານາດ ທີ່ມີປະຊາຊົນຢ່າງຫຼວງຫຼາຍ, ດ້ານການເງິນ, ການລົງທຶນຫຼາຍກວ່າລາວຫຼາຍພັນເທົ່າຕົວ, ລາວເຮົາໄດ້ລົດໄຟແລ່ນຜ່ານປະເທດໄດ້ສໍາເລັດເປົ້າໝາຍ ໃນການສ້າງດັ່ງກ່າວໃຫ້ກາຍເປັນປະເທດທາງເຊື່ອມຈອດກັບປະເທດເພື່ອນບ້ານ Asean-Asia-Russia-Europe ໄປຫາຣັດເຊຍ ແລະ ຢູໂຣບ. ສັບລັບລາວເຮົາ ບຸກຄະລາກອນດ້ານລົດໄຟ ເຮົາກໍຍັງຂາດຫຼາຍ ໄດ້ຮຽນຈົບມາແຕ່ປີ 1983, ຊຶ່ງໄດ້ຮຽນຈົບມາຊຸດທີ 1 ຈໍານວນ 2 ທ່ານເທົ່ານັ້ນ ແຕ່ທັງສອງນັ້ນແມ່ນຮຽນຫົວລົດໄຟໃຊ້ນໍ້າມັນດີຊຽວ (Diesel), ບໍ່ແມ່ນຫົວຈັກໄຟຟ້າ. ໂດຍສະເພາະໃນອະນາຄົດອັນໃກ້ນີ້ ໂລກຈະຫັນໄປໃຊ້ລະບົບ 6G ຕ້ອງໄດ້ໃຊ້ເຕັກໂນໂລຊີດ້ານໄຟຟ້າ, ສ່ວນການນໍາໃຊ້ນໍ້າມັນກໍຈະຫລຸດລົງ, ໃຊ້ພະລັງງານດ້ວຍລົມ, ດ້ວຍແສງຕາເວັນ ແລະ ອື່ນໆ. ສ່ວນລາວເຮົາເປັນກາລະໂອກາດທີ່ດີແລ້ວ ເພາະຫຼາຍຊ່ຽວຊານກໍໄດ້ເວົ້າວ່າ “ ປະເທດລາວເປັນໝໍ້ໄຟອາຊຽນ ” ໃນປະຈຸບັນໄຟກໍເຫຼືອການໃຊ້ຂອງປະຊາຊົນ ຍັງຊອກຫາຕະຫຼາດຂາຍໄຟຢູ່, ໃນລາວເຮົາປະຈຸບັນ ປະເທດເຮົາໄດ້ມີລາງລົດໄຟສອງມາດຕະຖານຄື: ຄວາມກວ້າງ 1,000 ມິນລີແມັດ ແລະ 1,435 ມິນລີແມັດ ມາດຕະຖານສາກົນນໍາໃຊ້ຫຼາຍປະເທດໃນໂລກ. ເຖິງຢ່າງໃດກໍຕາມ ຂ້າພະເຈົ້າຄິດວ່າທາງລົດໄຟມີລາງມາດຕະຖານ ຈະພາໃຫ້ຊ່ວຍພັດທະນາເສດຖະກິດສັງຄົມ ໄດ້ເປັນຢ່າງດີ ແລະ ຍັງເປັນຮູບແບບການຂົນສົ່ງທີ່ມີຄວາມຮັບປະກັນຄວາມປອດໄພດີທີ່ສຸດໃນໂລກ. ໃນໄລຍະຂ້າມຜ່ານລະບອບປະຊາທິປະໄຕ, ປະຊາຊົນລາວ ຕ້ອງໄດ້ມີການພັດທະນາການຂົນສົ່ງແບບຍືນຍົງ ເພື່ອຄວາມຝັນກະໂດດຂັ້ນໃຫ້ໄດ້. ຂ້າພະເຈົ້າຄິດວ່າ ໃນປີ 2021 ເປັນປີແຫ່ງການພົວພັນ “ແບບມີເພື່ອນມິດສະຫາຍທີ່ດີ, ເປັນຫຸ້ນສ່ວນທີ່ດີ, ຕ່າງຝ່າຍຕ່າງມີຜົນປະໂຫຍດ” ໃຫ້ມັນສົມກັບຄໍາບູຮານທີ່ໄດ້ກ່າວໄວ້ວ່າ “ນໍ້າເຕົ້າເປົ່າ, ຫີນຟູ ເມື່ອໃດງູໃຫຍ່ເຂົ້າບ້ານ ປະເທດຊາດຈະເລີນຮຸ່ງເຮືອງ”. ຂ້າພະເຈົ້າຖືວ່າ “ລົດໄຟຄວາມໄວສູງ ແລະ ຄວາມໄວກາງ ຈະສ້າງຄວາມຝັນທີ່ກະໂດດຂັ້ນໃຫ້ແກ່ຂ້າພະເຈົ້າ ແລະ ປະຊາຊົນລາວທັງຊາດ ໂດຍສ້າງເສັ້ນທາງໃຫ້ໂລກມີການເຊື່ອມຈອດກັນທາງດິນ, ນໍ້າ ແລະ ອາກາດທີ່ໄປ-ມາຫາສູ່ຢ່າງສະດວກສະບາຍທີ່ສາມາດສ້າງລະບົບຄົມມະນາຄົມເປັນປາຍແຫຼມທີ່ຈະເກີດມີຂຶ້ນໃນຍຸກສະໄໝຂອງພວກເຮົາແທ້”.ຂຽນໂດຍສອນສັກ ນ.ຍານຊະນະ ຜູ້ເປັນຫ່ວງເປັນໃຍນໍາປະເທດຊາດ ແລະ ບັນນາທິການໂດຍວຽງຈັນທາຍ.

Comments

be the first to comment on this article

Leave a Reply

Your email address will not be published. Required fields are marked *

Take Me Top