‘‘ບິນກິນທ່ຽວຄົບຈົບໃນງານ’’ ກິດຈະກໍາດີໆເນັ້ນສົ່ງເສີມການທ່ອງທ່ຽວໃນຍຸກລາວທ່ຽວລາວ
ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ ຮ່ວມກັບຂະແໜງອຸດສາຫະກຳການທ່ອງທ່ຽວ ແລະ ຜູ້ປະກອບການດ້ານການທ່ອງທ່ຽວ ໄດ້ເປີດກິດຈະກໍາເພື່ອສົ່ງເສີມການທ່ອງທ່ຽວໃນຍຸກລາວທ່ຽວລາວ ໂດຍມີຊື່ວ່າ ‘‘ບິນກິນທ່ຽວຄົບຈົບໃນງານ’’ ໃນລະຫວ່າງວັນທີ 19-21 ກຸມພາ 2021 ນີ້ທີ່ວຽງຈັນ ເຊັນເຕີ ນະຄອນຫຼວງວຽງຈັນ ໂດຍເປັນປະທານຮ່ວມຂອງທ່ານ ຄຳຫຼ້າ ພົມມາວັນ ຄະນະປະທານກິດຈະການການທ່ອງທ່ຽວລາວ ຂອງສະພາອຸດສາຫະກຳແລະ ການຄ້າແຫ່ງຊາດລາວ ທັງເປັນຜູ້ອຳນວຍການໃຫຍ່ບໍລີສັດການບິນລາວ ແລະ ທ່ານ ດວງມາລາ ພົມມະວົງ ຜູ້ອຳນວຍໃຫຍ່ບໍລີສັດເອັກໂຊ.
ພາຍໃນງານຜູ້ເຂົ້າຊົມຈະໄດ້ສໍາຜັດກັບການວາງສະເເດງຜະລິດຕະພັນດ້ານການທ່ອງທ່ຽວ ແລະ ກິດຈະກໍາດ້ານການທ່ອງທ່ຽວທີ່ຫຼາກຫຼາຍ ຂອງແຕ່ລະບໍລິສັດເພື່ອມາໂຄສະນາເຜີຍແຜ່ດຶງດູດນັກທ່ອງທ່ຽວ ນອກນັ້ນຍັງຈະໄດ້ຮັບການລຸ້ນຮັບລາງ ວັນທີ່ພັກໂຮງແຮມຟຣີເມື່ອຮ່ວມຫຼິ້ນກິດຈະກໍາ ແລະ ກິດຈະກໍາອື່ນໆ.
Comments