ຊາວເມືອງໄຊສະຖານ ບໍ່ໄດ້ຮັບຜົນກະທົບ ຈາກແຜ່ນດິນໄຫວ 2 ຄັ້ງ
ເກີດເຫດແຜ່ນດິນໄຫວ 2 ຄັ້ງ ມີຄວາມແຮງສັ່ນສະເທືອນວັດແທກໄດ້ 3.5 ຣິກເຕີ ແລະ 5.8 ຣິກເຕີ ຢູ່ເຂດບ້ານສະລາ ແລະ ບ້ານຫ້ວຍສະຫຼອດ ເມືອງໄຊສະຖານ ແຂວງໄຊຍະບູລີ ເມື່ອວັນທີ 20 ທັນວາ 2021 ຜ່ານມານີ້, ຊຶ່ງເປັນແຜ່ນດິນໄຫວ ຂ້ອນຂ້າງຮູນແຮງ ແລະ ເກີດຂຶ້ນຢູ່ໃຈກາງເມືອງ, ແຕ່ຊາວເມືອງໄຊສະຖານ ແມ່ນບໍ່ໄດ້ຮັບຜົນກະທົບຈາກແຜ່ນດີນໄຫວ 2 ຄັ້ງດັ່ງກ່າວ ຍ້ອນມັນໄດ້ສິ້ນສຸດລົງໃນບໍ່ເທົ່າໃດວິນາທີ.
ທ່ານ ພັນໂທ ສົມແສງ ຈັນທິດ ຫົວໜ້າຫ້ອງການປ້ອງກັນຄວາມສະຫງົບເມືອງໄຊສະຖານ ໄດ້ໃຫ້ສໍາພາດກັບນັກຂ່່າວວຽງຈັນທາຍ ວ່າ: ແຜ່ນດີນໄຫວ 2 ຄັ້ງນີ້ ບໍ່ແມ່ນແຜ່ນດິນໄຫວຄັ້ງທຳອິດທີ່ເກີດຂຶ້ນຢູ່ເມືອງໄຊສະຖານ, ມີຫຼາຍໆຄັ້ງໃນປີນີ້ ທີ່ເກີດແຜ່ນດິນໄຫວຢູ່ເມືອງດັ່ງກ່າວ ແຕ່ບໍ່ມີອັນໃດເສຍຫາຍຮ້າຍແຮງ, ແຕ່ສໍາລັບປີກາຍ 2020 ຜ່ານມານີ້ ໄດ້ເກີດແຜ່ນດິນໄຫວໃນລະດັບຄວາມແຮງສັ່ນສະເທືອນວັດແທກໄດ້ 7-8 ຣິກເຕີ ທີ່ເມືອງໄຊສະຖານ, ຊຶ່ງເປັນແຜ່ນດິນໄຫວທີ່ຮຸນແຮງ ແລະ ເຮັດໃຫ້ເຮືອນປະມານ 20 ຫຼັງໄດ້ຮັບຄວາມເສຍຫາຍ.
ສະເພາະ ປິ 2019, ກໍໄດ້ເກີດແຜ່ນດິນໄຫວ ລະດັບຄວາມແຮງສັ່ນສະເທືອນວັດແທກໄດ້ 6.4 ຣິກເຕີ ແລະ 5.9 ຣິກເຕີ ຢູ່ເມືອງຫົງສາ ແຂວງໄຊຍະບູລີ, ແຜ່ນດີນໄຫວດັ່ງກ່າວ ເຮັດໃຫ້ເຮືອນປະຊາຊົນໄດ້ຮັບຄວາມເສຍຫາຍ13 ຫຼັງ ແຕ່ໂຊກດີທີ່ມີພຽງແຕ່ 2 ຄົນໄດ້ຮັບບາດເຈັບເລັກນ້ອຍ.
Comments