ຄະນະປະຈໍາສະພາແຫ່ງຊາດມີຄວາມພ້ອມ 100% ໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ 9 ແລະ ສສຂ ຊຸດທີ 2
ຄະນະປະຈໍາສະພາແຫ່ງຊາດໄດ້ແຈ້ງໃຫ້ຮູ້ເມື່ອວັນທີ 18 ກຸມພາ 2021 ທີ່ຜ່ານມາວ່າ: ຮອດປັດຈຸບັນ ການກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ 9 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ 2 ມີຄວາມພ້ອມຢ່າງຮອບດ້ານແລ້ວເພື່ອຮັບປະກັນໃຫ້ແກ່ການດຳເນີນການປ່ອນບັດເລືອກຕັ້ງທີ່ຈະຈັດຂຶ້ນໃນວັນອາທິດ ວັນທີ 21 ກຸມພາ 2021 ທີ່ຈະມາເຖິງນີ້ຢູ່ໃນຂອບເຂດທົ່ວປະເທດ.
ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9, ທົ່ວປະເທດມີຜູ້ສະໝັກທັງໝົດ 224 ທ່ານ ໂດຍເລືອກເອົາ 164 ທ່ານ, ຜູ້ມີສິດປ່ອນບັດເລືອກທັງໝົດ 4.279.243 ຄົນ (ຍິງ 2.128.167 ຄົນ), ມີໜ່ວຍປ່ອນບັດເລືອກຕັ້ງທັງໝົດ 7.217 ໜ່ວຍ ໃນນີ້ມີ 40 ໜ່ວຍເລືອກຕັ້ງທີ່ປະຈໍາຢູ່ຕ່າງປະເທດ ຊຶ່ງມີພົນລະເມືອງລາວອາໄສຢູ່ໂດຍມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 13.404 ຄົນ (ຍິງ 5.493 ຄົນ).
ຂ່າວ: ວຽງຈັນທາຍ
Comments